ໂດຍປະຕິບັດຕາມແຜນການດໍາເນີນງານຂອງໂຄງການ LAO/029 ທີ່ໄດ້ໃຫ້ທຶນສະໜັບສະໜູນການພົວພັນຮ່ວມມືລະຫວ່າງສະຖານອາຊີວະສຶກສາ ແລະ ສະຖານປະກອບການ ປະຈໍາສົກຮຽນ 2020-2021ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນຕາ ພົມມະຈິດ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ,ຫົວໜ້າພະແນກສຶກສາທິການ ແລະ ກິລາ ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ, ຜູ່ບໍລິຫານຈັດການ ໂຮງແຮມ, ຣີສອດ໌, ຮ້ານອາຫານ ຈາກຕົວເມືອງໄຊຍະບູລີ, ທ່ານ ຫົວໜ້າພະແນກ ຄະນະພະແນກ ພະນັກຄູ-ອາຈານພາຍໃນຂະແໜງຈຸດປະສົງມີ3 ຈຸດປະສົງຄື:
1. ກອງປະຊຸມສະຫຼຸບການຮ່ວມມື ແລະ ວາງແຜນກິດຈະກໍາ ໃນປີຕໍ່ໄປ
2. ຈັດການແຂ່ງຂັນທັກສະສີມືແຮງງານຂອງນ້ອງນັກສຶກສາ ສາຂາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຫຼັກສູດ 12+2 ປີ2 ຫົວຂໍ້: ການຕົບແຕ່ງໜ້າເຂົ້າໜົມເຄັກ
3. ຈັດງານຕະຫຼາດນັດແຮງງານ



